top of page
DSC07948.jpg
ສະຫວັນນະເຂດແມ່ນບ່ອນທີ່ເຮັດໃຫ້ເຮົາຮູ້ສຶກວ່າເວລາຄ່ອຍໆຜ່ານໄປ, ເຊິ່ງເໝາະສົມຢ່າງຍິ່ງສຳລັບການພັກຜ່ອນທີ່ສະຫງົບ ແລະ ນັ່ງຄິດຫຍັງໄປເລື້ອຍໆ

ການທ່ອງທ່ຽວແບບເລິກເຊິ່ງ

ເວັບໄຊທ໌ທາງການຂອງການທ່ອງທ່ຽວສະຫວັນນະເຂດ
ອັນນີ້ອາດຈະເປັນຍ້ອນມີອາຄານແບບອານານິຄົມຝຣັ່ງ ທີ່ມີການຕົບແຕ່ງແບບຮ່ວມສະໄໝຫຼາຍຫຼັງ ຫຼື ຍ້ອນບັນຍາກາດທີ່ສະບາຍ. ພາຍຫຼັງຈາກການປັບປຸງໃໝ່ ຫໍພິພິທະພັນແຫ່ງນີ້ ຈະກາຍເປັນບ່ອນຮວບຮວມເອົາຂອງສະສົມຈາກ ໜອງເຫືອທອງ ແລະ ວັດຖຸທີ່ເກັບກຳຈາກຫໍພິພິທະພັນໄດໂນເສົາ ພ້ອມກັບຂອງສະສົມໃນປັດຈຸບັນ ໂດຍມີເປົ້າໝາຍທີ່ຈະກາຍເປັນໜຶ່ງໃນຈຸດໝາຍທີ່ໜ້າສົນໃຈທີ່ສຸດໃນພາກພື້ນ ດ້ວຍການອອກແບບ ແລະ ຮູບແບບການວາງສະແດງໃໝ່ໝົດ, ການປັບປຸງໃໝ່ນີ້ຈະດຶງດູດນັກທ່ອງທ່ຽວມາຍັງແຂວງສະຫວັນນະເຂດຫຼາຍຂຶ້ນ!  (ກຳນົດຈະເປີດໃນປີ 2027). ລຳນ້ຳຂອງ ພື້ນທີ່ອ້ອມຮອບທີ່ ເຜີຍໃຫ້ເຫັນບັນຍາກາດທີ່ເຮັດໃຫ້ທ່ານຢາກຜ່ອນຄາຍ ແລະ ລືມຊີວິດອັນວຸ້ນວາຍຂອງຕົວເມືອງໃຫຍ່ໄປຊົ່ວຂະນະ.
 
DSC07623.jpg
ເວັບໄຊທ໌ທາງການຂອງການທ່ອງທ່ຽວສະຫວັນນະເຂດ

ອາຫານທ້ອງຖິ່ນ

ສະຫວັນນະເຂດ ຂຶ້ນຊື່ສຳລັບອາຫານເປັນພິເສດ, ຈະບໍ່ເຮັດໃຫ້ນັກຊິມຜູ້ທີ່ມັກການລອງສິ່ງໃໝ່ໆຜິດຫວັງແນ່ນອນ. ອາຫານພິເສດທີ່ຮູ້ຈັກກັນດີທີ່ສຸດ ແມ່ນ ຊີ້ນສະຫວັນ: ຊີ້ນແຫ້ງເປັນເສັ້ນໆ ທີ່ຖືກປົ່ນດ້ວຍງາ. ນີ້ເປັນອາຫານທີ່ແຊບແທ້ໆ! ນອກນີ້ຍັງມີໄສ້ອົ່ວຊີ້ນປະສົມເພ້ຍທີ່ໜ້າອັດສະຈັນໃຈ ຢູ່ຕາມຮ້ານອາຫານດີໆ ແລະ ຕະຫຼາດເຊົ້າຕ່າງໆ. ສໍາລັບຄົນທີ່ມັກກາເຟ ຈະໄດ້ພົບກັບຮ້ານກາເຟຫຼາຍແຫ່ງໃນເມືອງເກົ່າ ທີ່ໃຫ້ບໍລິການກາເຟຮ້ອນ ແລະ ກາເຟເຢັນຫຼາກຫຼາຍຊະນິດ.
T.jpg
ມາສະຫວັນນະເຂດແລ້ວບໍ່ຄວນພາດແມ່ນ້ຳຂອງເດັດຂາດ ມັນແມ່ນຈຸດໃຈກາງອັນສຳຄັນຂອງຕົວເມືອງ ທີ່ຕັ້ງຢູ່ລຽບຕາມແຄມນ້ຳ.

ຢູ່​ຝັ່ງ​ແມ່​ນ້ຳ​ຂອງ​ທີ່​ສວຍ​ງາມ

ເວັບໄຊທ໌ທາງການຂອງການທ່ອງທ່ຽວສະຫວັນນະເຂດ
ກະແສນ້ຳບ່ອນນີ້ເບິ່ງຄືວ່າສະຫງົບແຕ່ໄຫຼກໍແຮງ ເຊິ່ງເປັນປັດໄຈສຳຄັນທີ່ເຮັດໃຫ້ຕົວເມືອງນີ້ມີບັນຍາກາດທີ່ສະຫງົບແລະຜ່ອນຄາຍ. ທາງຍ່າງລຽບຕາມແມ່ນ້ຳທີ່ ເຊິ່ງຫັນໜ້າໄປທາງປະເທດໄທແມ່ນ ໄດ້ຮັບການປັບປຸງໃໝ່ໃນບໍ່ດົນມານີ້ ກາຍເປັນຈຸດທີ່ນິຍົມສຳລັບຄົນທ້ອງຖິ່ນໃນຊ່ວງຍາາມແລງ. ຢ່າລືມໄປນັ່ງພັກຜ່ອນຢູ່ຮ້ານກາເຟ ຫຼື ຈຸດຊົມວິວແຄມນ້ຳ ເພື່ອເບິ່ງວິຖີຊີວິດລຽບຕາມແຄມແມ່ນ້ຳ ແລະ ຊົມວິວທີ່ສວຍງາມ ຕອນແສງຕາເວັນທີ່ປ່ຽນສີ.
 
DSC08791.jpg
ພະພຸດທະສາສະໜາຢູ່ຄູ່ກັບ ສະຫວັນນະເຂດໃນທຸກໆບ່ອນ ເຊັ່ນດຽວກັບພາກສ່ວນອື່ນໆຂອງປະເທດ. ງານບຸນທາງສາສະໜາແມ່ນ ເປັນສ່ວນສຳຄັນຂອງຊີວິດປະຈຳວັນ ຂອງຄົນທ້ອງຖິ່ນ. ພ້ອມດຽວກັນການຈັດວາງຕົວເມືອງ ກໍຍັງມີຜົນມາຈາກພະພຸດທະສາສະໜາ ເພາະວ່າບ້ານເຮືອນຕ່າງໆ ໄດ້ຖືກຈັດລຽງເປັນແຖວອ້ອມວັດວາອາຮາມ.

ພຸດທະສາສະໜາ

ເວັບໄຊທ໌ທາງການຂອງການທ່ອງທ່ຽວສະຫວັນນະເຂດ
ພະທາດອີງຮັງ, ເຊິ່ງເປັນສະຖານທີ່ສັກສິດທີ່ສຳຄັນທີ່ສຸດແຫ່ງໜຶ່ງຂອງປະເທດ ແລະໄດ້ຂຶ້ນທະບຽນເປັນມໍລະດົກແຫ່ງຊາດ, ຕັ້ງຢູ່ຫ່າງຈາກຕົວເມືອງປະມານ 12 ກິໂລແມັດ. ສ່ວນວັດໄຊຍະພູມ, ເຊິ່ງເປັນວັດທີ່ເກົ່າແກ່ທີ່ສຸດຂອງເມືອງ, ກໍຄຸ້ມຄ່າທີ່ຈະໄປຢ້ຽມຊົມ ບໍ່ວ່າທ່ານຈະເປັນພຸດທະສາສະນິກະຊົນຫຼືບໍ່ກໍຕາມ.
ທ່ານສາມາດຍ່າງ ຫຼື ຂີ່ລົດຖີບໄປວັດຕ່າງໆ ທີ່ຕັ້ງຢູ່ໃນເມືອງ ເພື່ອໄປຟັງພະສົງສວດມົນ, ແລະ ສັງເກດການປະຕິບັດຕ່າງໆ ຂອງຊາວບ້ານດ້ວຍຄວາມສຳລວມ.

ສຳຫຼວດຈຸດເດັ່ນເພີ່ມເຕີມ
ກ່ຽວກັບສະຫວັນນະເຂດ?

savannakhet-old-town-banner_1900x700xcrop.png

ຕ້ອງການຂໍ້ມູນເພີ່ມເຕີມ
ກ່ຽວກັບສະຫວັນນະເຂດ?

ເວັບໄຊທ໌ທາງການຂອງການທ່ອງທ່ຽວສະຫວັນນະເຂດ

ຫຼືທ່ານສາມາດ ຕິດຕາມພວກເຮົາໄດ້ທີ່ຊ່ອງທາງອອນລາຍ:

  • Instagram
  • Facebook
bottom of page