top of page
ການເດີນທາງໄປສະຫວັນນະເຂດ
ການເດີນທາງທາງອາກາດ
ມີຖ້ຽວບິນປະຈໍາວັນຈາກນະຄອນຫຼວງວຽງຈັນໄປສະຫວັນນະເຂດ ໂດຍສາຍການບິນລາວ. ການເປີດເສັ້ນທາງບິນຄືນໃໝ່ລະຫວ່າງບາງກອກ-ສະຫວັນນະເຂດແມ່ນກຳລັງຢູ່ໃນຂັ້ນຕອນການພິຈາລະນາ.

ການເດີນທາງທາງບົກ
ຈາກວຽງຈັນ (ປະມານ 460 ກິໂລແມັດ, ໃຊ້ເວລາຂັບລົດ 8 ຊົ່ວໂມງ) ແລະ ປາກເຊ (ປະມານ 240 ກິໂລແມັດ, ໃຊ້ເວລາຂັບລົດ 4 ຊົ່ວໂມງ) ໂດຍທາງຫຼວງເລກ 13. ສະຖານີລົດເມໃຫຍ່ສະຫວັນນະເຂດເປັນຈຸດເຊື່ອມຕໍ່ສຳຄັນສໍາລັບວຽງຈັນ, ທ່າແຂກ, ປາກເຊ ລວມທັງປະເທດໄທ (ມຸກດາຫານ, ບາງກອກ) ແລະ ກໍາປູເຈຍ (ສຽມຣຽບ, ພະນົມເປັນ).
ຂົວມິດຕະພາບແຫ່ງທີສອງ ຂ້າມແມ່ນ້ໍາຂອງຂຶ້ນໄປທາງເໜືອຈາກສະຫວັນນະເຂດບໍ່ຫຼາຍກິໂລແມັດ ແລະ ເຊື່ອມຕໍ່ແຂວງສະຫວັນນະເຂດກັບປະເທດໄທ (ແຂວງມຸກດາຫານ). ມັນເປັນດ່ານຊາຍແດນສາກົນທີ່ເປີດໃຫ້ທັງຄົນທ້ອງຖິ່ນແລະຄົນຕ່າງປະເທດ. ວີຊາສາມາດຂໍໄດ້ຢູ່ໜ້າດ່ານສໍາລັບຄົນສ່ວນໃຫຍ່. ຂົວເປີດທຸກວັນ (6:00 ໂມງເຊົ້າ - 10:00 ໂມງແລງ). ອາດຈະມີການເກັບຄ່າທໍານຽມເພີ່ມຕື່ມ $1 ໂດລາ/ວີຊາ ນອກເວລາທໍາການ ແລະ ໃນວັນເສົາ-ອາທິດ (ສາມາດສອບຖາມຂໍ້ມູນເພີ່ມເຕີມໄດ້ທີ່ໂຕະຂໍ້ມູນທ່ອງທ່ຽວໃກ້ກັບດ່ານຕ.ມ., ວັນຈັນ-ວັນສຸກ ໃນຊົ່ວໂມງທຳການ).

ການເດີນດ້ວຍລົດເມ
ລົດເມສາຍພາຍໃນປະເທດໄປແຂວງຕ່າງໆ:
ດາວໂຫຼດຕາຕະລາງ
ລົດເມສາຍຕ່າງປະເທດໄປປະເທດໄທ:
ດາວໂຫຼດຕາຕະລາງ
ລົດສອງແຖວ ແລະ ລົດຕຸກຕຸກ:
ດາວໂຫຼດຕາຕະລາງ

bottom of page

