top of page
Savannakhet-Higkhlights-4.jpg
ແຂວງສະຫວັນນະເຂດມີ ຄວາມພູມໃຈຫຼາຍທີ່ ໄດ້ອະນຸລັກຮັກສາອາຄານທີ່ ໂດດເດັ່ນໄວ້ໄດ້ຢ່າງຫຼວງຫຼາຍ (ເຊິ່ງມີການລະບຸໄວ້ເກືອບ 200 ຫຼັງ) ເຊິ່ງເປັນສະຖາປັດຕະຍະກຳແບບອານານິຄົມຝຣັ່ງ, ມີການຕົບແຕ່ງແບບຮ່ວມສະໄໝ ແລະ ແບບລາວໄດ້ຢ່າງດີ. ເຊິ່ງໃນອາຊີຕາເວັນອອກສຽງໃຕ້ມີພຽງເມືອງຈຳນວນໜ່ອຍໜຶ່ງທໍ່ນັ້ນທີ່ຈະເຮັດໄດ້

ມໍລະດົກທາງດ້ານສະຖາປັດຕະຍະກຳ

ສະຫວັນນະເຂດ Archi
ເພື່ອຄວາມເຂົ້າໃຈມໍລະດົກທາງດ້ານສະຖາປັດຕະຍະກຳຫຼົ່ານີ້ໃຫ້ດີຂຶ້ນ, ຢ່າພາດໂອກາດເຂົ້າໄປເບິ່ງແຜນທີ່ ແລະ ຜັງອາຄານບາງຫຼັງທີ່ມາຈາກການສຳຫຼວດປີ 2018 ໂດຍບໍລິສັດ APA ເຊິ່ງທ່ານສາມາດໄປຊົມໄດ້ທີ່ສູນຂໍ້ມູນຂ່າວສານການທ່ອງທ່ຽວ.

ອາຄານທີ່ໂດດເດັ່ນສ່ວນໃຫຍ່ແມ່ນຕັ້ງຢູ່ພາຍໃນບໍລິເວນທີ່ກວ້າງປະມານ 1.7 ກິໂລແມັດ x 400 ແມັດ, ເຊິ່ງເປັນຂະໜາດທີ່ກະທັດຮັດພຽງພໍທີ່ຈະຍ່າງຊົມໄດ້ຢ່າງສະດວກສະບາຍ.

ບັນຍາກາດແບບຢ້ອນຍຸກ ແລະ ເຕັມໄປດ້ວຍຄວາມຄິດສ້າງສັນ

ເວັບໄຊທ໌ທາງການຂອງການທ່ອງທ່ຽວສະຫວັນນະເຂດ
Savannakhet-Higkhlights-3.jpg
ໃຈກາງເມືອງເກົ່າ ແລະ ຕຶກງາມໆ ໃຫ້ຄວາມຮູ້ສຶກແບບຢ້ອນຍຸກ (vintage) ທີ່ເອກກະລັກບໍ່ຄືໃຜ. ເຊິ່ງຫຼາຍປີຜ່ານໄປ ຕຶກເຫຼົ່ານີ້ຍິ່ງມີສີສັນ ແລະ ຄວາມງົດງາມເພີ່ມຂຶ້ນ ເຊິ່ງເປັນບ່ອນທີ່ຖ່າຍຮູບອອກມາໄດ້ງາມຢ່າງຍິ່ງ.
ໃຈກາງເມືອງເກົ່າ ແລະ ຕຶກງາມໆ ໃຫ້ຄວາມຮູ້ສຶກແບບຢ້ອນຍຸກ (vintage) ທີ່ເອກກະລັກບໍ່ຄືໃຜ. ເຊິ່ງຫຼາຍປີຜ່ານໄປ ຕຶກເຫຼົ່ານີ້ຍິ່ງມີສີສັນ ແລະ ຄວາມງົດງາມເພີ່ມຂຶ້ນ ເຊິ່ງເປັນບ່ອນທີ່ຖ່າຍຮູບອອກມາໄດ້ງາມຢ່າງຍິ່ງ.

ຮູບແຕ້ມຝາຜະໜັງທີ່ກະຈາຍຢູ່ທົ່ວເມືອງ, ໄດ້ສະທ້ອນໃຫ້ເຫັນພາບການດຳລົງຊີວິດແບບດັ້ງເດີມ, ເຮັດໃຫ້ທ່ານຄວາມຮູ້ສຶກຄືໄດ້ກັບຄືນສູ່ອະດີດ. ພ້ອມດຽວກັນນັ້ນ ດ້ວຍຄວາມຄິດສ້າງສັນຂອງຊາວເມືອງທີ່ ໄດ້ນຳໃຊ້ພື້ນທີ່ເດີມ ໃຫ້ເກີດປະໂຫຍດ ແມ່ນການສະແດງອອກ ເຖິງທ່າແຮງໃໝ່ໆ ຂອງສະຫວັນນະເຂດ ໃນປະຈຸບັນ. ທັງໝົດນີ້ແມ່ນການປະສົມປະສານທີ່ສົມບູນແບບຂອງອະດີດ, ອະນາຄົດ, ມໍລະດົກ, ແລະ ຄວາມທັນສະໄໝ ເຂົ້າໄວ້ນຳກັນຢ່າງສົມບູນແບບ.

ຮູບແຕ້ມຝາຜະໜັງ

ເວັບໄຊທ໌ທາງການຂອງການທ່ອງທ່ຽວສະຫວັນນະເຂດ
Savannakhet-Higkhlights-2.jpg
ຮູບແຕ້ມຝາຜະໜັງແມ່ນ ສັນຍາລັກອັນໜຶ່ງທີ່ ສະແດງໃຫ້ເຫັນເຖິງ ຄວາມຄິດສ້າງສັນທາງວັດທະນະທຳ ແລະ ຄວາມຄິດລິເລີ່ມທີ່ ປະຊາຊົນໃນທ້ອງຖິ່ນໄດ້ນຳໃຊ້ ເຂົ້າໃນການປັບປຸງມໍລະດົກ ດ້ານສະຖາປັດຕະຍະກຳຂອງຕົນ ແລະ ສົ່ງເສີມໃຫ້ເກີດຍືນຍົງ. ນອກຈາກນີ້ ພາບວາດຍັງເປັນ ຫຼັກຖານທີ່ສະແດງເຖິງ ວັດທະນະທຳແບບດັ້ງເດີມຂອງລາວ ເມື່ອປະມານ 50 ປີກ່ອນ.
ໃຈກາງເມືອງເກົ່າ ແລະ ຕຶກງາມໆ ໃຫ້ຄວາມຮູ້ສຶກແບບຢ້ອນຍຸກ (vintage) ທີ່ເອກກະລັກບໍ່ຄືໃຜ. ເຊິ່ງຫຼາຍປີຜ່ານໄປ ຕຶກເຫຼົ່ານີ້ຍິ່ງມີສີສັນ ແລະ ຄວາມງົດງາມເພີ່ມຂຶ້ນ ເຊິ່ງເປັນບ່ອນທີ່ຖ່າຍຮູບອອກມາໄດ້ງາມຢ່າງຍິ່ງ.

ຮູບແຕ້ມຝາຜະໜັງທີ່ກະຈາຍຢູ່ທົ່ວເມືອງ, ໄດ້ສະທ້ອນໃຫ້ເຫັນພາບການດຳລົງຊີວິດແບບດັ້ງເດີມ, ເຮັດໃຫ້ທ່ານຄວາມຮູ້ສຶກຄືໄດ້ກັບຄືນສູ່ອະດີດ. ພ້ອມດຽວກັນນັ້ນ ດ້ວຍຄວາມຄິດສ້າງສັນຂອງຊາວເມືອງທີ່ ໄດ້ນຳໃຊ້ພື້ນທີ່ເດີມ ໃຫ້ເກີດປະໂຫຍດ ແມ່ນການສະແດງອອກ ເຖິງທ່າແຮງໃໝ່ໆ ຂອງສະຫວັນນະເຂດ ໃນປະຈຸບັນ. ທັງໝົດນີ້ແມ່ນການປະສົມປະສານທີ່ສົມບູນແບບຂອງອະດີດ, ອະນາຄົດ, ມໍລະດົກ, ແລະ ຄວາມທັນສະໄໝ ເຂົ້າໄວ້ນຳກັນຢ່າງສົມບູນແບບ.

ສຳຫຼວດຈຸດເດັ່ນເພີ່ມເຕີມ
ກ່ຽວກັບສະຫວັນນະເຂດ?

ພິພິທະພັນແຂວງ

savannakhet-old-town-banner_1900x700xcrop.png

ຕ້ອງການຂໍ້ມູນເພີ່ມເຕີມ
ກ່ຽວກັບສະຫວັນນະເຂດ?

ເວັບໄຊທ໌ທາງການຂອງການທ່ອງທ່ຽວສະຫວັນນະເຂດ

ຫຼືທ່ານສາມາດ ຕິດຕາມພວກເຮົາໄດ້ທີ່ຊ່ອງທາງອອນລາຍ:

  • Facebook
bottom of page