top of page

ອ້ອມຮອບສະຫວັນນະເຂດ

ສະຖານທີ່ອ້ອມຂ້າງສະຫວັນນະເຂດກໍບໍ່ໄດ້ດ້ອຍໄປກວ່າກັນ: ຫ່າງຈາກເມືອງເກົ່າພຽງເລັກນ້ອຍ, ມີສະຖານທີ່ທ່ອງທ່ຽວຫຼາຍແຫ່ງເຊັ່ນ: ພະທາດອີງຮັງ, ສັ້ນທາງລຽບຕາມເຊຈຳພອນ ຫຼື ໜອງບຶງວາ ເຊິ່ງເປັນຈຸດດຶງດູດນັກທ່ອງທ່ຽວທີ່ສຳຄັນ ເຮັດໃຫ້ທ່ານຢາກຢູ່ທີ່ນີ້ດົນຂຶ້ນ

ສະຫວັນນະເຂດ ຈັດຝຶກອົບຮົມສ້າງເຄືອຂ່າຍໂຄສະນາການທ່ອງທ່ຽວຜ່ານ Google Maps

WhatsApp Image 2026-11-18 at 12.41.00.jpeg
WhatsApp Image 2026-11-18 at 12.41.00 (1).jpeg

ວັນທີ 05 ກັນຍາ 2026, ທີ່ ສູນຂໍ້ມູນຂ່າວສານການທ່ອງທ່ຽວ 6 ແຂວງພາກກາງ, ແຂວງສະຫວັນນະເຂດ, ໄດ້ຈັດພິທີເປີດຝຶກອົບຮົມ “ການສ້າງເຄືອຂ່າຍໂຄສະນາການທ່ອງທ່ຽວ ຜ່ານ Google Maps” ໂດຍມີ ທ່ານ ເກດສະໜາ ໄຊຍະເພັດ, ຮອງຫົວໜ້າພະແນກ ວັດທະນະທຳ ແລະ ການທ່ອງທ່ຽວ ແຂວງສະຫວັນນະເຂດ, ໃຫ້ກຽດເປັນປະທານໃນພິທີ.

ຫົວຂໍ້ຂ່າວ: ແຂວງສະຫວັນນະເຂດສ້າງຄວາມພາກພູມໃຈ! ຄວ້າຫຼາຍລາງວັນມາດຕະຖານການທ່ອງທ່ຽວອາຊຽນ ຢືນຢັນສັກຍະພາບກ້າວສູ່ຈຸດໝາຍປາຍທາງລະດັບສາກົນ

WhatsApp Image 2026-07-28 at 10.29.23.jpeg
WhatsApp Image 2026-07-28 at 10.29.22.jpeg

ແຂວງສະຫວັນນະເຂດ ສືບຕໍ່ສ້າງຜົນສຳເລັດອັນໜ້າພາກພູມໃຈ ຫຼັງຈາກຫຼາຍຫົວໜ່ວຍດ້ານການທ່ອງທ່ຽວຂອງແຂວງ ໄດ້ຮັບຮອງມາດຕະຖານການທ່ອງທ່ຽວອາຊຽນ ປະຈຳປີ 2026 ສະທ້ອນໃຫ້ເຫັນເຖິງການພັດທະນາຢ່າງຕໍ່ເນື່ອງ ແລະ ຄວາມພ້ອມໃນການຍົກລະດັບການທ່ອງທ່ຽວສູ່ມາດຕະຖານສາກົນ.

 

​

​ຫົວຂໍ້ຂ່າວ: ພະແນກ ວັດທະນະທຳ ແລະ ການທ່ອງທ່ຽວ ຈັດພິທີເຊັນສັນຍາຮັບທຶນຊ່ວຍເຫຼືອ ພາຍໃຕ້ໂຄງການ CHAMPA Project ມູນຄ່າລວມ 133,000 ໂດລາສະຫະລັດ

1.jpeg
2.jpeg

1 ມິຖຸນາ 2026, ພະແນກ ວັດທະນະທຳ ແລະ ການທ່ອງທ່ຽວ ໄດ້ຈັດພິທີເຊັນສັນຍາກັບບັນດາຜູ້ໄດ້ຮັບທຶນຊ່ວຍເຫຼືອ ພາຍໃຕ້ໂຄງການ CHAMPA Project ຊຶ່ງໄດ້ຮັບການສະໜັບສະໜູນທຶນຈາກ Agence Française de Développement (AFD) ຫຼື ອົງການພັດທະນາແຫ່ງຝຣັ່ງ ເພື່ອສົ່ງເສີມການອະນຸລັກມໍລະດົກທາງວັດທະນະທຳ, ການພັດທະນາການທ່ອງທ່ຽວແບບຍືນຍົງ ແລະ ການຍົກລະດັບບົດບາດຂອງຊຸມຊົນໃນການພັດທະນາເສດຖະກິດທ້ອງຖິ່ນ.

 

​

​

ຫົວຂໍ້ຂ່າວ: ພິທີວາງສີລາລຶກ ໂຄງການບູລະນະຫໍພິພິຕະພັນຄົບວົງຈອນ ແຂວງສະຫວັນນະເຂດໂດຍການຊ່ວຍເຫຼືອລ້າ ຈາກອົງການ AFD ພາຍໃຕ້ ໂຄງການ CHAMPA Project. 

WhatsApp Image 2026-06-09 at 12.29_edited.jpg
WhatsApp Image 2026-06-09 at 12.29.41.jpeg

ແລະ ການທ່ອງທ່ຽວ ແຂວງສະຫວັນນະເຂດ ໄດ້ຈັດພິທີວາງສີລາລຶກ ໂຄງການບູລະນະຫໍພິພິຕະພັນຄົບວົງຈອນ ແຂວງສະຫວັນນະເຂດ ຂຶ້ນຢ່າງສົມກຽດ ແລະ ອົບອຸ່ນ ທ່າມກາງບັນຍາກາດແຫ່ງຄວາມຮ່ວມມື, ຄວາມເຊື່ອໝັ້ນ ແລະ ຄວາມມຸ່ງຫວັງ ໃນການອະນຸລັກມໍລະດົກອັນລ້ຳຄ່າຂອງແຂວງສະຫວັນນະເຂດ ໃຫ້ຄົງຢູ່ສືບຕໍ່ໄປສຳລັບຄົນຮຸ່ນຫຼັງ.

savannakhet-old-town-banner_1900x700xcrop.png

ຕ້ອງການຂໍ້ມູນເພີ່ມເຕີມ
ກ່ຽວກັບສະຫວັນນະເຂດ?

ເວັບໄຊທ໌ທາງການຂອງການທ່ອງທ່ຽວສ��ະຫວັນນະເຂດ

ຫຼືທ່ານສາມາດ ຕິດຕາມພວກເຮົາໄດ້ທີ່ຊ່ອງທາງອອນລາຍ:

  • Facebook
bottom of page