top of page
ພິພິທະພັນແຂວງ
ຫໍພິພິທະພັນແຂວງ ຕັ້ງຢູ່ໃນໜຶ່ງໃນອາຄານທີ່ໂດດເດັ່ນທີ່ສຸດໃນຕົວເມືອງເກົ່າ. ເຊິ່ງໂຄງການໃຫຍ່ທີ່ດຳເນີນການຢູ່ ໃນຕອນນີ້ແມ່ນ ເພື່ອປັບປຸງ ແລະ ຂະຫຍາຍ ຫໍພິພິທະພັນປະຈຳແຂວງໃຫ້ດີຂຶ້ນ ເຊິ່ງເປັນສ່ວນໜຶ່ງພາຍໃຕ້ໂຄງການ CHAMPA ທີ່ໄດ້ຮັບການສະໜັບສະໜູນທຶນ ຈາກອົງການເພື່ອການພັດທະນາຂອງຝຣັ່ງ Agence Française de Développement. ພາຍຫຼັງຈາກການປັບປຸງໃໝ່ ຫໍພິພິທະພັນແຫ່ງນີ້ ຈະກາຍເປັນບ່ອນຮວບຮວມເອົາຂອງສະສົມຈາກ ໜອງເຫືອທອງ ແລະ ວັດຖຸທີ່ເກັບກຳຈາກຫໍພິພິທະພັນໄດໂນເສົາ ພ້ອມກັບຂອງສະສົມໃນປັດຈຸບັນ ໂດຍມີເປົ້າໝາຍທີ່ຈະກາຍເປັນໜຶ່ງໃນຈຸດໝາຍທີ່ໜ້າສົນໃຈທີ່ສຸດໃນພາກພື້ນ ດ້ວຍການອອກແບບ ແລະ ຮູບແບບການວາງສະແດງໃໝ່ໝົດ, ການປັບປຸງໃໝ່ນີ້ຈະດຶງດູດນັກທ່ອງທ່ຽວມາຍັງແຂວງສະຫວັນນະເຂດຫຼາຍຂຶ້ນ! (ກຳນົດຈະເປີດໃນປີ 2027).
ສະຖານທີ່: ຮ່ອມ ບ້ານໄຊຍະມຸງຄຸນ
ເບີໂທລະສັບ: 020 5564 0710
ມື້ເປີດ: ວັນຈັນເຖິງວັນສຸກ
ເວລາເປີດ: 8:00 – 11:30 ໂມງ, 14:00 – 16:00 ໂມງແລງ
ຄ່າເຂົ້າຊົມ
ນັກຮຽນ: 1,000 ກີບ
ຄົນລາວ: 5,000 ກີບຕໍ່ຄົນ
ຄ່າເຂົ້າຊົມຄົນຕ່າງປະເທດ: 10,000 ກີບຕໍ່ຄົນ

bottom of page

