top of page

ການເລາະຊິມອາຫານ

ເວັບໄຊທ໌ທາງການຂອງການທ່ອງທ່ຽວສະຫວັນນະເຂດ
ທ່ານສາມາດເພີດເພີນກັບອາຫານພິເສດຂອງສະຫວັນນະເຂດໄດ້ທີ່ຮ້ານອາຫານຫຼາກຫຼາຍໃນຕົວເມືອງ. ຢ່າລືມໄປຍ່າງຊົມ ຕະຫຼາດເຊົ້າສັບພະສິນຄ້າສະຫວັນໄຊ ຕອນເຊົ້າ ເພື່ອເບິ່ງຜະລິດຕະພັນພື້ນເມືອງຫຼາກຫຼາຍຊະນິດ. ບໍ່ວ່າຈະເປັນໝາກໄມ້, ຜັກ, ຊີ້ນ, ປາ ຫຼື ເຄື່ອງເທດ, ຮັບຮອງວ່າຖືກໃຈທັງຕາ ແລະ ດັງແນ່ນອນ! ພໍຕົກແລງ, ກໍໃຫ້ໄປທີ່ ລານໂຮງໜັງລາວຈະເລີນ ແລະ ທາງຍ່າງແຄມແມ່ນ້ຳຂອງ ທີ່ມີຮ້ານຂາຍອາຫານຕາມສັ່ງແຖວຍາວ. ນອກນັ້ນ, ທ່ານຍັງຈະພົບຮ້ານກາເຟດີໆ ຫຼາຍແຫ່ງ ໄວ້ໃຫ້ພັກຜ່ອນດື່ມກາເຟແຊບໆ ໃນລະຫວ່າງການສຳຫຼວດເມືອງ.
bottom of page