top of page
ຢ້ຽມຢາມແຂວງສະຫວັນນະເຂດ

ຖ້າທ່ານກຳລັງຊອກຫາບ່ອນທີ່ຈະວາງກະເປົ໋າ ແລະ ເພີດເພີນກັບປະສົບການທີ່ແທ້ຈິງທີ່ລວມເອົາວັດທະນະທຳ, ທຳມະຊາດ ແລະ ມໍລະດົກ ເຂົ້າໄວ້ນຳກັນ, ສະຫວັນນະເຂດ ແມ່ນບ່ອນສຳລັບທ່ານ!

ສະຫວັນນະເຂດ ເປັນເມືອງທີ່ຕັ້ງຢູ່ແຄມແມ່ນ້ຳຂອງ ແລະ ຫັນໜ້າເຂົ້າຫາປະເທດໄທ ເຊິ່ງໄລຍະຫຼັງມານີ້ ເມືອງນີ້ໄດ້ກາຍເປັນບ່ອນທ່ອງທ່ຽວທີ່ຜູ້ຄົນນິຍົມອີກຄັ້ງ. ດ້ວຍບັນຍາກາດທີ່ເປັນເອກະລັກ ທີ່ຜະສົມຜະສານລະຫວ່າງ ຄວາມດັ້ງເດີມ ແລະ ຄວາມທັນສະໄໝ ເຊິ່ງເຂົ້າກັນຢ່າງລົງໂຕ ເຮັດເມືອງນີ້ຄວນຄ່າແກ່ການໄປຢ້ຽມຊົມ.
ພວກເຮົາມີຄວາມພາກພູມໃຈຫຼາຍທີ່ຕົວເມືອງ ຂອງພວກເຮົາຍັງຄົງອະນຸລັກຮັກສາອາຄານອັນໂດດເດັ່ນ ເຊິ່ງເປັນສະຖາປັດຕະຍະກຳແບບອານານິຄົມຝຣັ່ງ, ມີການຕົບແຕ່ງແບບຮ່ວມສະໄໝ ແລະ ແບບລາວໄດ້ເປັນຢ່າງດີ. ເຊິ່ງໃນອາຊີຕາເວັນອອກສຽງໃຕ້ມີພຽງເມືອງຈຳນວນໜຶ່ງທໍ່ນັ້ນທີ່ຈະເຮັດໄດ້.
ລອງໃຊ້ເວລາຍ່າງເລາະລຽບຕາມຖະໜົນຫົນທາງ ເພື່ອຊອກຫາຮູບແຕ້ມຝາຜະໜັງງາມໆ ທີ່ມີຢູ່ທົ່ວເມືອງ, ນັ່ງຢູ່ຮົ່ມລະບຽງເພື່ອເບິ່ງວິຖີຊີວິດທີ່ດຳເນີນໄປພ້ອມກັບຈິບກາເຟ ຫຼື ເບຍລາວ, ຍ່າງຫຼິ້ນແຄມແມ່ນໍ້າຂອງໃນຕອນແລງ...ທ່ານຈະສຳຜັດໄດ້ເຖິງຄວາມຮູ້ສຶກແປກໆທີ່ວ່າ ເມືອງນີ້ເຕັມໄປດ້ວຍເລື່ອງລາວຂອງອາດີດອັນຍາວນານ, ແຕ່ກໍຍັງຄົງມີພະລັງແຫ່ງການຂັບເຄື່ອນ ແລະ ຄວາມຄິດສ້າງສັນໃໝ່ໆ ຢູ່ສະເໝີ!


bottom of page





























