top of page

News about Savannakhet

22_edited.jpg
Here you will find news about Tourism and Culture in Savannakhet 

ຫົວຂໍ້ຂ່າວ: ພິທີວາງສີລາລຶກ ໂຄງການບູລະນະຫໍພິພິຕະພັນຄົບວົງຈອນ ແຂວງສະຫວັນນະເຂດ
ໂດຍການຊ່ວຍເຫຼືອລ້າ ຈາກອົງການ AFD ພາຍໃຕ້ ໂຄງການ CHAMPA Project. 

​​

ວັນທີ 9 ມິຖຸນາ 2026 ພະແນກ ວັດທະນະທຳ ແລະ ການທ່ອງທ່ຽວ ແຂວງສະຫວັນນະເຂດ ໄດ້ຈັດພິທີວາງສີລາລຶກ ໂຄງການບູລະນະຫໍພິພິຕະພັນຄົບວົງຈອນ ແຂວງສະຫວັນນະເຂດ ຂຶ້ນຢ່າງສົມກຽດ ແລະ ອົບອຸ່ນ ທ່າມກາງບັນຍາກາດແຫ່ງຄວາມຮ່ວມມື, ຄວາມເຊື່ອໝັ້ນ ແລະ ຄວາມມຸ່ງຫວັງ ໃນການອະນຸລັກມໍລະດົກອັນລ້ຳຄ່າຂອງແຂວງສະຫວັນນະເຂດ ໃຫ້ຄົງຢູ່ສືບຕໍ່ໄປສຳລັບຄົນຮຸ່ນຫຼັງ.

​​

ໃຫ້ກຽດເປັນປະທານໃນພິທີ ໂດຍ ທ່ານ ທອງໃສ ໄຊຍະວົງຄຳດີ, ກຳມະການປະຈຳພັກແຂວງ, ຮອງປະທານຄະນະກຳມະການປົກຄອງແຂວງສະຫວັນນະເຂດ; ທ່ານ ພັນເອກ ລຳຄູນ ວໍລະວົງ, ກຳມະການພັກແຂວງ, ຫົວໜ້າພະແນກ ວັດທະນະທຳ ແລະ ການທ່ອງທ່ຽວ ແຂວງສະຫວັນນະເຂດ. ພ້ອມດ້ວຍບັນດາຜູ້ຕາງໜ້າຈາກຂະແໜງການຕ່າງໆ, ອົງການຈັດຕັ້ງ, ພາກລັດ, ພາກເອກະຊົນ, ບັນດາຄູ່ຮ່ວມພັດທະນາ, ສື່ມວນຊົນ ແລະ ແຂກຜູ້ມີກຽດ ເຂົ້າຮ່ວມພິທີຢ່າງພ້ອມພຽງ.

ພິທີດັ່ງກ່າວ, ຖືເປັນອີກໜຶ່ງໝຸດໝາຍສຳຄັນຂອງວຽກງານອະນຸລັກ ແລະ ພັດທະນາມໍລະດົກວັດທະນະທຳ ຂອງແຂວງສະຫວັນນະເຂດ ທີ່ມີເປົ້າໝາຍປັບປຸງ ແລະ ຍົກລະດັບຫໍພິພິຕະພັນແຂວງ ໃຫ້ເປັນສູນກາງແຫ່ງການຮຽນຮູ້, ການຄົ້ນຄວ້າ, ການອະນຸລັກ ແລະ ການສື່ສານຄຸນຄ່າດ້ານປະຫວັດສາດ, ວັດທະນະທຳ ແລະ ມໍລະດົກຂອງທ້ອງຖິ່ນ ໃຫ້ສາທາລະນະຊົນໄດ້ເຂົ້າເຖິງຢ່າງກວ້າງຂວາງ ແລະ ທັນສະໄໝຍິ່ງຂຶ້ນ.

ໂອກາດດັ່ງກ່າວ. ທ່ານ ສົມພອນ ວິໄລວົງ, ຮອງຫົວໜ້າພະແນກ ວັດທະນະທຳ ແລະ ການທ່ອງທ່ຽວ ແຂວງສະຫວັນນະເຂດ ທັງເປັນ ຜູ້ຈັດການໂຄງການ Champa Savan Project ໄດ້ຂຶ້ນສະເໜີໂດຍຫຍໍ້ ກ່ຽວກັບໜ້າວຽກ ແລະ ເນື້ອໃນສຳຄັນຂອງໂຄງການ ໂດຍການນຳໃຊ້ທຶນທັງໝົດກວ່າ 1 ລ້ານໂດລາ ສະຫະລັດ. ທ່ານໄດ້ສະທ້ອນໃຫ້ເຫັນເຖິງຄວາມເປັນມາ, ຄວາມຈຳເປັນ ແລະ ຄວາມສຳຄັນຂອງການບູລະນະຫໍພິພິຕະພັນໃນຄັ້ງນີ້ ເຊິ່ງບໍ່ພຽງແຕ່ຈະຊ່ວຍຮັກສາອາຄານ ແລະ ວັດຖຸຈັດສະແດງອັນຊົງຄຸນຄ່າເທົ່ານັ້ນ ແຕ່ຍັງຈະເປັນການວາງຮາກຖານສຳຄັນ ໃຫ້ແຫຼ່ງຮຽນຮູ້ແຫ່ງນີ້ ສາມາດຮອງຮັບການສຶກສາ, ການຄົ້ນຄວ້າ ແລະ ການທ່ອງທ່ຽວ ໃນໄລຍະຍາວ.

ຈາກນັ້ນ ທ່ານ ອັງຕວນ ມູເຊໂນ, ຜູ້ຕາງໜ້າຈາກ Agence Française de Développement (AFD) ຫຼື ອົງການພັດທະນາຝຣັ່ງ ໄດ້ຂຶ້ນກ່າວຄຳເຫັນ ໂດຍໄດ້ສະແດງຄວາມຍິນດີ ແລະ ຄວາມຊື່ນຊົມຕໍ່ຄວາມພະຍາຍາມຂອງພາກສ່ວນຕ່າງໆ ໃນການຮ່ວມກັນຂັບເຄື່ອນໂຄງການດັ່ງກ່າວ. ພ້ອມນີ້ ທ່ານຍັງໄດ້ເນັ້ນໜັກເຖິງຄຸນຄ່າຂອງມໍລະດົກວັດທະນະທຳ ໃນການສ້າງອັດຕະລັກຂອງທ້ອງຖິ່ນ ແລະ ເສີມສ້າງການພັດທະນາທີ່ຍືນຍົງ. ອົງການ AFD ຍັງຄົງໃຫ້ຄວາມສຳຄັນ ແລະ ສະໜັບສະໜູນວຽກງານອະນຸລັກມໍລະດົກທາງວັດທະນະທຳ ເພື່ອເປັນພື້ນຖານໃນການພັດທະນາສັງຄົມ ແລະ ເສດຖະກິດຂອງທ້ອງຖິ່ນໃນອະນາຄົດ.

ຕໍ່ຈາກນັ້ນ ທ່ານ ທອງໃສ ໄຊຍະວົງຄຳດີ, ກຳມະການປະຈຳພັກແຂວງ, ຮອງປະທານຄະນະກຳມະການປົກຄອງແຂວງສະຫວັນນະເຂດ ໄດ້ຂຶ້ນກ່າວຄຳເຫັນ ແລະ ໂອ້ລົມຕໍ່ການຈັດພິທີ. ໂດຍທ່ານ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ພະແນກ ວັດທະນະທຳ ແລະ ການທ່ອງທ່ຽວ, ຄະນະບໍລິຫານໂຄງການ, ຄູ່ຮ່ວມພັດທະນາ ແລະ ບັນດາພາກສ່ວນທີ່ກ່ຽວຂ້ອງ ທີ່ໄດ້ຮ່ວມມື ແລະ ປະສານງານກັນຢ່າງໃກ້ຊິດ ຈົນສາມາດຜັກດັນໃຫ້ໂຄງການກ້າວມາຮອດຂັ້ນຕອນສຳຄັນໃນມື້ນີ້.

ພ້ອມດຽວກັນນັ້ນ ທ່ານໄດ້ເນັ້ນໜັກໃຫ້ຄະນະບໍລິຫານໂຄງການ ແລະ ພາກສ່ວນກ່ຽວຂ້ອງ ສືບຕໍ່ເອົາໃຈໃສ່ໃນການຈັດຕັ້ງປະຕິບັດ ໃຫ້ດຳເນີນໄປຕາມແຜນການ, ມີຄຸນນະພາບ, ໂປ່ງໃສ ແລະ ສອດຄ່ອງກັບຫຼັກວິຊາການ. ພ້ອມທັງ ໃຫ້ຄຳແນະນຳໃນການປະສານການຮ່ວມມືກັບທຸກພາກສ່ວນ ເພື່ອໃຫ້ໂຄງການສຳເລັດຜົນຕາມເປົ້າໝາຍ ແລະ ເກີດປະໂຫຍດຢ່າງແທ້ຈິງໃຫ້ແກ່ສັງຄົມ.

ພິທີວາງສີລາລຶກໃນຄັ້ງນີ້ ນັບເປັນກ້າວສຳຄັນອີກກ້າວໜຶ່ງ ໃນການສືບສານ, ອະນຸລັກ ແລະ ຍົກລະດັບຄຸນຄ່າມໍລະດົກທາງປະຫວັດສາດ ແລະ ວັດທະນະທຳຂອງແຂວງສະຫວັນນະເຂດ ໃຫ້ຄົງຢູ່ຄູ່ສັງຄົມລາວ ແລະ ເປັນມໍລະດົກອັນລ້ຳຄ່າສຳລັບຄົນຮຸ່ນຕໍ່ໆໄປ.

WhatsApp Image 2026-06-09 at 12.29.43.jpeg
WhatsApp Image 2026-06-09 at 12.29.41.jpeg
WhatsApp Image 2026-06-09 at 12.29.40.jpeg

English translation:

Headlines: Groundbreaking Ceremony for the Comprehensive Renovation Project of the Savannakhet Provincial Museum in the scope of the CHAMPA Project funded by Agence Française de Développement (AFD).

 

On 9 June 2026, the Department of Culture and Tourism of Savannakhet Province organized the Groundbreaking Ceremony for the Comprehensive Renovation Project of the Savannakhet Provincial Museum. The ceremony was held in a dignified and warm atmosphere, reflecting a spirit of cooperation, confidence, and shared commitment to preserving the valuable cultural heritage of Savannakhet Province for future generations.

The ceremony was presided over by Mr. Thongsai Xayavongkhamdy, Member of the Provincial Party Standing Committee and Deputy Governor of Savannakhet Province, together with Colonel Lamkhoun Voravong, Member of the Provincial Party Committee and Head of the Department of Culture and Tourism of Savannakhet Province. The event was attended by representatives from various sectors, government agencies, private organizations, development partners, members of the media, and distinguished guests.

This event marks another important milestone of the the CHAMPA Project in the preservation and development of Savannakhet’s cultural heritage. The project aims to renovate and upgrade the Provincial Museum into a comprehensive center for learning, research, conservation, and public interpretation of the province’s historical, cultural, and heritage values, making them more accessible and engaging for the public in a modern and sustainable manner.

On this occasion, Mr. Somphone Vilayvong, Deputy Head of the Department of Culture and Tourism of Savannakhet Province and Project Manager of Champa Savan Project, delivered a brief presentation on the project’s objectives and key activities. He highlighted the background, necessity, and significance of the museum renovation project, whose budget exceeds 1 million USD, emphasizing that it would not only help preserve the building and its valuable collections, but also establish a strong foundation for the museum to serve as an important center for education, research, and tourism development in the long term.

Following this, Mr. Antoine Mougenot, representative of the Agence Française de Développement (AFD) – the French Development Agency – delivered remarks expressing his appreciation for the collective efforts of all stakeholders involved in advancing the project. He emphasized the importance of cultural heritage in strengthening local identity and promoting sustainable development. He also reaffirmed AFD’s commitment to supporting cultural heritage conservation as a key component of social and economic development at the local level.

Subsequently, Mr. Thongsai Xayavongkhamdy, Member of the Provincial Party Standing Committee and Deputy Governor of Savannakhet Province, delivered his remarks and addressed the gathering. He expressed his appreciation and high recognition of the Department of Information, Culture and Tourism, the project management team, development partners, and all related stakeholders for their close cooperation and coordination, which have enabled the project to reach this important stage. 

At the same time, he encouraged the project management team and all relevant parties to continue implementing the project in accordance with the approved plan, ensuring quality, transparency, and adherence to professional standards. He also provided guidance on strengthening cooperation among all stakeholders to ensure the successful completion of the project and maximize its benefits for society.

The groundbreaking ceremony represents another significant step forward in preserving, promoting, and enhancing the historical and cultural heritage of Savannakhet Province. It reflects a shared commitment to safeguarding these valuable cultural assets and ensuring that they continue to serve as a source of knowledge, pride, and inspiration for future generations of the Lao people.

savannakhet-old-town-banner_1900x700xcrop.png

Need more information
About Savannakhet?

Savannakhet Tourism official Website

Or you can visit our social media accounts:

  • Facebook
bottom of page